ຄຳອະທິບາຍ
ປລັກອິນໂປຣໄຟລ໌ຜູ້ໃຊ້ ແລະ ການເປັນສະມາຊິກສຳລັບ WordPress
ສຸດຍອດປລັກອິນໂປຣໄຟລ໌ຜູ້ໃຊ້ ແລະ ການເປັນສະມາຊິກສຳລັບ WordPress. ປລັກອິນນີ້ເຮັດໃຫ້ການສະໝັກ ແລະ ເປັນສະມາຊິກໃນເວັບໄຊຂອງທ່ານເປັນເລື່ອງງ່າຍ. ປລັກອິນອະນຸຍາດໃຫ້ທ່ານເພີ່ມໂປຣໄຟລ໌ຜູ້ໃຊ້ທີ່ສວຍງາມເຂົ້າໃນເວັບໄຊຂອງທ່ານ ແລະ ຖືກອອກແບບມາເພື່ອສ້າງຊຸມຊົນອອນລາຍທີ່ທັນສະໄໝ ແລະ ເວັບໄຊລະບົບສະມາຊິກ. ດ້ວຍນ້ຳໜັກທີ່ເບົາ ແລະ ສາມາດຂະຫຍາຍໄດ້ສູງ, Ultimate Member ຈະຊ່ວຍໃຫ້ທ່ານສ້າງເວັບໄຊເກືອບທຸກຮູບແບບທີ່ຜູ້ໃຊ້ສາມາດເຂົ້າຮ່ວມ ແລະ ເປັນສະມາຊິກໄດ້ຢ່າງງ່າຍດາຍ.
ຟີເຈີຂອງປລັກອິນລວມມີ:
- ໂປຣໄຟລ໌ຜູ້ໃຊ້ທີ່ໜ້າເວັບ
- ການລົງທະບຽນຜູ້ໃຊ້ທີ່ໜ້າເວັບ
- ການເຂົ້າສູ່ລະບົບຜູ້ໃຊ້ທີ່ໜ້າເວັບ
- ຟີລແບບຟອມແບບກຳນົດເອງ
- ຕັກກະແບບມີເງື່ອນໄຂສຳລັບຟີລ (field) ແບບຟອມ
- ເຄື່ອງມືສ້າງແບບຟອມແບບລາກ ແລະ ວາງ
- ໜ້າບັນຊີຜູ້ໃຊ້
- ບົດບາດຜູ້ໃຊ້ແບບກຳນົດເອງ
- ທຳນຽບສະມາຊິກ
- ອີເມວຜູ້ໃຊ້
- ການຈຳກັດເນື້ອຫາ
- ເມນູນຳທາງແບບມີເງື່ອນໄຂ
- ສະແດງໂພສ ແລະ ຄຳຄິດເຫັນຂອງຜູ້ຂຽນໃນໂປຣໄຟລ໌ຜູ້ໃຊ້
- ເປັນມິດກັບນັກພັດທະນາດ້ວຍ actions ແລະ filters ຫຼາກຫຼາຍ
ອ່ານກ່ຽວກັບຟີເຈີທັງໝົດຂອງປລັກອິນໄດ້ທີ່ Ultimate Member
ສ່ວນເສີມແບບຊຳລະເງິນ
Ultimate Member ມີສ່ວນເສີມຫຼາກຫຼາຍທີ່ຊ່ວຍໃຫ້ທ່ານຂະຫຍາຍປະສິດທິພາບຂອງປລັກອິນ. ທ່ານສາມາດຊື້ສ່ວນເສີມທັງໝົດເຫຼົ່ານີ້ໃນລາຄາສ່ວນຫຼຸດພິເສດດ້ວຍ ແພັກເກດແບບຊຳລະເງິນ ຂອງພວກເຮົາ ຫຼື ທ່ານສາມາດຊື້ສ່ວນເສີມແຍກເປັນລາຍອັນກໍໄດ້.
- Zapier – ອະນຸຍາດໃຫ້ເຊື່ອມຕໍ່ແອັບຍອດນິຍົມຂອງ Zapier ເຂົ້າກັບ Ultimate Member
- Stripe – ຂາຍການເປັນສະມາຊິກແບບຊຳລະເງິນເພື່ອເຂົ້າເຖິງເວັບໄຊຂອງທ່ານຜ່ານການສະໝັກສະມາຊິກຂອງ Stripe
- User Notes – ອະນຸຍາດໃຫ້ຜູ້ໃຊ້ສ້າງບັນທຶກແບບສາທາລະນະ ແລະ ສ່ວນຕົວຈາກໂປຣໄຟລ໌ຂອງພວກເຂົາ
- Profile Tabs – ອະນຸຍາດໃຫ້ເພີ່ມແຖບ (tab) ແບບກຳນົດເອງເຂົ້າໃນໂປຣໄຟລ໌
- User Locations – ອະນຸຍາດໃຫ້ສະແດງຜູ້ໃຊ້ເທິງແຜນທີ່ໃນໜ້າທຳນຽບສະມາຊິກ ແລະ ອະນຸຍາດໃຫ້ຜູ້ໃຊ້ເພີ່ມສະຖານທີ່ຂອງພວກເຂົາຜ່ານໂປຣໄຟລ໌
- Unsplash – ອະນຸຍາດໃຫ້ຜູ້ໃຊ້ເລືອກຮູບໜ້າປົກໂປຣໄຟລ໌ຈາກ Unsplash ໃນໂປຣໄຟລ໌ຂອງພວກເຂົາ
- User Bookmarks – ອະນຸຍາດໃຫ້ຜູ້ໃຊ້ຂັ້ນໜ້າ (bookmark) ເນື້ອຫາຈາກເວັບໄຊຂອງທ່ານ
- User Photos – ອະນຸຍາດໃຫ້ຜູ້ໃຊ້ໂຫຼດຮູບພາບລົງໃນໂປຣໄຟລ໌ຂອງພວກເຂົາ
- Groups – ອະນຸຍາດໃຫ້ຜູ້ໃຊ້ສ້າງ ແລະ ເຂົ້າຮ່ວມກຸ່ມຕາມຫົວຂໍ້, ຄວາມສົນໃຈທີ່ຄືກັນ ແລະ ອື່ນໆ.
- Private Content – ສະແດງເນື້ອຫາສ່ວນຕົວໃຫ້ກັບຜູ້ໃຊ້ທີ່ເຂົ້າສູ່ລະບົບ ເຊິ່ງມີພຽງແຕ່ພວກເຂົາເທົ່ານັ້ນທີ່ສາມາດເຂົ້າເຖິງໄດ້
- User Tags – ຊ່ວຍໃຫ້ທ່ານເພີ່ມລະບົບແທັກ (tag) ຜູ້ໃຊ້ເຂົ້າໃນເວັບໄຊຂອງທ່ານ
- Social Activity – ກິດຈະກຳທາງໂຊຊຽວ – ໃຫ້ຜູ້ໃຊ້ສ້າງໂພສເທິງວໍ (wall) ແບບສາທາລະນະ ແລະ ເບິ່ງກິດຈະກຳຂອງຜູ້ໃຊ້ອື່ນໆ
- WooCommerce – ອະນຸຍາດໃຫ້ທ່ານເຊື່ອມຕໍ່ WooCommerce ເຂົ້າກັບ Ultimate Member
- Private Messages – ຂໍ້ຄວາມສ່ວນຕົວ – ເພີ່ມລະບົບສົ່ງຂໍ້ຄວາມສ່ວນຕົວເຂົ້າໃນເວັບໄຊຂອງທ່ານ ແລະ ອະນຸຍາດໃຫ້ຜູ້ໃຊ້ສົ່ງຂໍ້ຄວາມຫາ ກັນ
- Followers – ຜູ້ຕິດຕາມ – ອະນຸຍາດໃຫ້ຜູ້ໃຊ້ຕິດຕາມກັນໃນເວັບໄຊຂອງທ່ານ ແລະ ປົກປ້ອງຂໍ້ມູນໂປຣໄຟລ໌ຂອງພວກເຂົາ
- Real-time Notifications – ການແຈ້ງເຕືອນແບບເວລາຈິງ – ເພີ່ມລະບົບການແຈ້ງເຕືອນເຂົ້າໃນເວັບໄຊຂອງທ່ານ ເພື່ອໃຫ້ຜູ້ໃຊ້ສາມາດຮັບການແຈ້ງເຕືອນແບບເວລາຈິງ
- Social Login – ໃຫ້ຜູ້ໃຊ້ລົງທະບຽນ ແລະ ເຂົ້າສູ່ລະບົບເວັບໄຊຂອງທ່ານຜ່ານ Facebook, Twitter, G+, LinkedIn, Instagram ແລະ Vkontakte (VK.com)
- bbPress – ດ້ວຍສ່ວນເສີມ bbPress ທ່ານສາມາດເຊື່ອມຕໍ່ Ultimate Member ເຂົ້າກັບ bbPress ໄດ້ຢ່າງສວຍງາມ
- MailChimp – ອະນຸຍາດໃຫ້ຜູ້ໃຊ້ສະໝັກຮັບຂໍ້ມູນຂ່າວສານ MailChimp ຂອງທ່ານເມື່ອພວກເຂົາລົງທະບຽນໃນເວັບໄຊ ແລະ ຊິງຄ໌ຂໍ້ມູນຜູ້ໃຊ້ໄປຫາ MailChimp
- User Reviews – ການລີວິວຜູ້ໃຊ້ – ອະນຸຍາດໃຫ້ຜູ້ໃຊ້ໃຫ້ຄະແນນ ແລະ ລີວິວເຊິ່ງກັນແລະກັນໂດຍໃຊ້ລະບົບໃຫ້ຄະແນນ/ລີວິວແບບ 5 ດາວ
- Verified Users – ຜູ້ໃຊ້ທີ່ໄດ້ຮັບການຢືນຢັນ – ເພີ່ມລະບົບຢືນຢັນຕົວຕົນຜູ້ໃຊ້ເຂົ້າໃນເວັບໄຊຂອງທ່ານ ເພື່ອໃຫ້ບັນຊີຜູ້ໃຊ້ສາມາດໄດ້ຮັບການຢືນຢັນ
- myCRED – ດ້ວຍສ່ວນເສີມ myCRED ທ່ານສາມາດເຊື່ອມຕໍ່ Ultimate Member ເຂົ້າກັບປລັກອິນຈັດການຄະແນນ myCRED ຍອດນິຍົມ
- Notices – ການແຈ້ງເຕືອນ – ແຈ້ງເຕືອນຂໍ້ມູນທີ່ສຳຄັນໃຫ້ຜູ້ໃຊ້ຊາບໂດຍໃຊ້ການແຈ້ງເຕືອນແບບມີເງື່ອນໄຂ
- Profile Completeness – ຄວາມສົມບູນຂອງໂປຣໄຟລ໌ – ຊຸກຍູ້ ຫຼື ບັງຄັບໃຫ້ຜູ້ໃຊ້ຕື່ມຂໍ້ມູນໂປຣໄຟລ໌ໃຫ້ຄົບຖ້ວນດ້ວຍສ່ວນເສີມຄວາມສົມບູນຂອງໂປຣໄຟລ໌
- Friends – ອະນຸຍາດໃຫ້ຜູ້ໃຊ້ເປັນໝູ່ກັນໂດຍການສົ່ງ ແລະ ຕອບຮັບ/ປະຕິເສດ ຄຳຂໍເປັນໝູ່
ສ່ວນເສີມຟຣີ
- JobsBoardWP – ສ່ວນເສີມຟຣີນີ້ຈະເຊື່ອມຕໍ່ Ultimate Member ເຂົ້າກັບປລັກອິນກະດານປະກາດຮັບສະໝັກງານ JobBoardWP.
- ForumWP – ສ່ວນເສີມຟຣີນີ້ຈະເຊື່ອມຕໍ່ Ultimate Member ເຂົ້າກັບປລັກອິນເວັບບອດ ForumWP.
- Terms & Conditions – ເພີ່ມຊ່ອງຕິກຍອມຮັບຂໍ້ກຳນົດ ແລະ ເງື່ອນໄຂໃນແບບຟອມລົງທະບຽນຂອງທ່ານ ແລະ ກຳນົດໃຫ້ຜູ້ໃຊ້ຕົກລົງເຫັນດີກັບຂໍ້ກຳນົດ ແລະ ເງື່ອນໄຂ ກ່ອນການລົງທະບຽນໃນເວັບໄຊຂອງທ່ານ.
- Google reCAPTCHA – ຢຸດຢັ້ງບັອດໃນແບບຟອມລົງທະບຽນ ແລະ ເຂົ້າສູ່ລະບົບຂອງທ່ານດ້ວຍ Google reCAPTCHA
- Online Users – ຜູ້ໃຊ້ທີ່ກຳລັງອອນລາຍ – ສະແດງວ່າຜູ້ໃຊ້ຄົນໃດກຳລັງອອນລາຍຢູ່ດ້ວຍສ່ວນເສີມນີ້
ທີມ (Theme)
ທີມ (theme) ຢ່າງເປັນທາງການຂອງພວກເຮົາຖືກສ້າງຂຶ້ນເພື່ອເວັບໄຊທີ່ມີທັງຜູ້ໃຊ້ທີ່ເຂົ້າສູ່ລະບົບ ແລະ ບໍ່ໄດ້ເຂົ້າສູ່ລະບົບ. ທີມ ນີ້ມີການເຊື່ອມຕໍ່ຢ່າງເລິກເຊິ່ງກັບປລັກອິນ Ultimate Member ແລະ ສ່ວນເສີມຕ່າງໆ, ມີການອອກແບບສ່ວນຫົວ (header) ທີ່ແຕກຕ່າງກັນສຳລັບຜູ້ໃຊ້ທີ່ເຂົ້າສູ່ລະບົບ/ບໍ່ໄດ້ເຂົ້າສູ່ລະບົບ ແລະ ສາມາດເຮັດວຽກຮ່ວມກັບ Beaver Builder ແລະ Elementor ໄດ້.
ປລັກອິນອື່ນໆຂອງພວກເຮົາ
ນອກຈາກ Ultimate Member ແລ້ວ, ພວກເຮົາຍັງມີອີກສອງປລັກອິນຄື: ForumWP ແລະ JobBoardWP.
ForumWP
ForumWP ແມ່ນປລັກອິນເວັບບອດ ເຊິ່ງຈະເພີ່ມເວັບບອດອອນລາຍເຂົ້າໃນເວັບໄຊຂອງທ່ານ, ອະນຸຍາດໃຫ້ຜູ້ໃຊ້ສ້າງຫົວຂໍ້ ແລະ ຂຽນຄຳຕອບ. ເວັບບອດແມ່ນວິທີທີ່ດີໃນການສ້າງ ແລະ ຂະຫຍາຍຊຸມຊົນອອນລາຍ.
JobBoardWP
JobBoardWP ແມ່ນປລັກອິນກະດານປະກາດຮັບສະໝັກງານ ເຊິ່ງຈະເພີ່ມກະດານຮັບສະໝັກງານທີ່ທັນສະໄໝເຂົ້າໃນເວັບໄຊຂອງທ່ານ. ສະແດງລາຍການວຽກ ແລະ ອະນຸຍາດໃຫ້ນາຍຈ້າງສົ່ງ ແລະ ຈັດການວຽກທັງໝົດໄດ້ຈາກໜ້າເວັບ (front-end).
ການພັດທະນາ * ການແປພາສາ
ຫາກທ່ານເປັນນັກພັດທະນາ ແລະ ຕ້ອງການປະກອບສ່ວນເຂົ້າໃນຊອດໂຄ້ດຂອງປລັກອິນ ທ່ານສາມາດເຮັດໄດ້ຜ່ານ GitHub Repository ຂອງພວກເຮົາ.
ຕ້ອງການເພີ່ມພາສາໃໝ່ໃຫ້ກັບ Ultimate Member ບໍ? ດີຫຼາຍ! ທ່ານສາມາດປະກອບສ່ວນໄດ້ຜ່ານ translate.wordpress.org.
ຫາກທ່ານເປັນນັກພັດທະນາ ແລະ ຕ້ອງການຮູ້ລາຍຊື່ຂອງ UM Hooks, ສາມາດເບິ່ງໄດ້ຜ່ານ ເອກະສານ Hooks ຫຼື ເອກະສານ Hooks ເວີຊັນ 2.
ຫາກທ່ານເປັນນັກພັດທະນາ ແລະ ຕ້ອງການຮູ້ໂຄງສ້າງຂອງໂຄ້ດພວກເຮົາ, ສາມາດເບິ່ງໄດ້ຜ່ານ ເອກະສານ API.
ເອກະສານ ແລະ ການຊ່ວຍເຫຼືອ
ພົບບັນຫາ ຫຼື ຕ້ອງການຄວາມຊ່ວຍເຫຼືອກ່ຽວກັບ Ultimate Member ບໍ? ສາມາດເຂົ້າໄປທີ່ ເອກະສານ ແລະ ຄົ້ນຫາໃນຖານຄວາມຮູ້. ຫາກທ່ານບໍ່ພົບວິທີແກ້ໄຂບັນຫາ, ທ່ານສາມາດສ້າງຫົວຂໍ້ໃໝ່ໃນ ຟໍຣຳຊ່ວຍເຫຼືອ.
ພາບໜ້າຈໍ
ບລັອກ
ປລັກອິນນີ້ມີ 4 ບລັອກ.
- Account Displaying the account page of the current user
- Form Choose display form
- Member Directory Choose display directory
- Password Reset Displaying the password reset form
ການຕິດຕັ້ງ
- ເປີດໃຊ້ງານປລັກອິນ
- ພຽງເທົ່ານີ້. ໄປທີ່ Ultimate Member > ການຕັ້ງຄ່າ ເພື່ອປັບແຕ່ງຕົວເລືອກຂອງປລັກອິນ.
- ສຳລັບລາຍລະອຽດເພີ່ມເຕີມ, ກະລຸນາເຂົ້າໄປເບິ່ງທີ່ໜ້າ ເອກະສານ ຢ່າງເປັນທາງການ.
ຄຳຖາມທີ່ພົບເລື້ອຍ
-
ຂ້ອຍຈຳເປັນຕ້ອງມີຄວາມຮູ້ດ້ານການຂຽນໂຄ້ດເພື່ອໃຊ້ປລັກອິນນີ້ຫຼືບໍ່?
-
ບໍ່, ພວກເຮົາໄດ້ສ້າງ Ultimate Member ໃຫ້ໃຊ້ງານໄດ້ງ່າຍທີ່ສຸດ ແລະ ບໍ່ຈຳເປັນໃຫ້ທ່ານສ້າງຊອດໂຄດ (shortcodes) ດ້ວຍຕົນເອງ ຫຼື ຕ້ອງມີຄວາມຮູ້ດ້ານການຂຽນໂຄ້ດ.
-
Ultimate Member ຮອງຮັບການສະແດງຜົນເທິງມືຖື (mobile responsive) ຫຼືບໍ່?
-
ແມ່ນແລ້ວ. Ultimate Member ຖືກອອກແບບມາໃຫ້ຮອງຮັບກັບທຸກຂະໜາດໜ້າຈໍ. ເຊິ່ງລວມມີການອອກແບບສະເພາະສຳລັບໂທລະສັບ, ແທັບເລັດ ແລະ ຄອມພິວເຕີຕັ້ງໂຕະ.
-
Ultimate Member ຮອງຮັບລະບົບຫຼາຍເວັບໄຊ (multi-site) ຫຼືບໍ່?
-
ແມ່ນແລ້ວ. Ultimate Member ເຮັດວຽກໄດ້ດີທັງໃນການຕິດຕັ້ງ WordPress ແບບເວັບໄຊດຽວ ແລະ ແບບຫຼາຍເວັບໄຊ (multi-site).
-
ປລັກອິນເຮັດວຽກຮ່ວມກັບທີມ (theme) ໃດກໍໄດ້ຂອງ WordPress ຫຼືບໍ່?
-
ແມ່ນແລ້ວ. Ultimate Member ຈະເຮັດວຽກກັບທີມ (theme) ໃດກໍໄດ້ທີ່ຂຽນໂຄ້ດຢ່າງຖືກຕ້ອງ. ແນວໃດກໍຕາມ, ບາງທີມອາດເຮັດໃຫ້ເກີດການຂັດແຍ້ງກັບປລັກອິນ. ຫາກທ່ານພົບບັນຫາການສະແດງຜົນ (styling) ກັບທີມຂອງທ່ານ ກະລຸນາສ້າງໂພສໃນຟໍຣຳຊຸມຊົນ.
-
ປລັກອິນເຮັດວຽກຮ່ວມກັບປລັກອິນແຄຊ (caching) ຫຼືບໍ່?
-
ປລັກອິນເຮັດວຽກຮ່ວມກັບປລັກອິນແຄຊ (caching) ຍອດນິຍົມ ໂດຍການຍົກເວັ້ນໜ້າຂອງ Ultimate Member ຈາກການຖືກເກັບແຄຊໂດຍອັດຕະໂນມັດ. ສິ່ງນີ້ເຮັດໃຫ້ໝັ້ນໃຈໄດ້ວ່າຜູ້ຢ້ຽມຊົມຄົນອື່ນໆ ຈະບໍ່ເຫັນຂໍ້ມູນສ່ວນຕົວຂອງຜູ້ໃຊ້ອື່ນ. ເຖິງຢ່າງໃດກໍຕາມ, ຫາກທ່ານເພີ່ມຟີເຈີຂອງ Ultimate Member ເຂົ້າໃນໜ້າອື່ນໆ ທ່ານຕ້ອງຍົກເວັ້ນໜ້າເຫຼົ່ານັ້ນຈາກການເກັບແຄຊຜ່ານແຜງຕັ້ງຄ່າຂອງປລັກອິນແຄຊຂອງທ່ານ.
-
Ultimate Member ຈຳກັດການເຂົ້າເຖິງ wp-login.php ເມື່ອປລັກອິນເປີດໃຊ້ງານຫຼືບໍ່?
-
ປລັກອິນຈະບໍ່ຈຳກັດການເຂົ້າເຖິງໜ້າ wp-login.php ເມື່ອເປີດໃຊ້ງານ, ເພື່ອບໍ່ໃຫ້ປລັກອິນຂອງພວກເຮົາໄປລົບກວນການເຮັດວຽກທີ່ມີຢູ່ແລ້ວຂອງເວັບໄຊ ຫຼື ປລັກອິນອື່ນໆ ທີ່ອາດຈະໃຊ້ໜ້າເຂົ້າສູ່ລະບົບມາດຕະຖານ. ຫາກທ່ານຕ້ອງການຈຳກັດການເຂົ້າເຖິງໜ້າ wp-login.php ທ່ານສາມາດໃຊ້ປລັກອິນເຊັ່ນ WPS Hide Login ຫຼື ປລັກອິນອື່ນທີ່ປິດຄວາມສາມາດໃນການເຂົ້າສູ່ລະບົບຜ່ານ wp-login.php.
-
ຈຳເປັນຕ້ອງໃຊ້ໜ້າເຂົ້າສູ່ລະບົບ/ລົງທະບຽນຂອງ Ultimate Member ຫຼືບໍ່?
-
ບໍ່, ທ່ານບໍ່ຈຳເປັນຕ້ອງໃຊ້ໜ້າເຂົ້າສູ່ລະບົບ ຫຼື ໜ້າລົງທະບຽນຂອງປລັກອິນພວກເຮົາ ແລະ ສາມາດໃຊ້ປລັກອິນອື່ນ ຫຼື ວິທີມາດຕະຖານຂອງ WordPress ສຳລັບການລົງທະບຽນ ແລະ ເຂົ້າສູ່ລະບົບຜູ້ໃຊ້ໄດ້.
-
ໂມດູນ PHP ເພີ່ມເຕີມມີຄວາມຈຳເປັນເພື່ອໃຫ້ປລັກອິນເຮັດວຽກຢ່າງຖືກຕ້ອງຫຼືບໍ່?
-
ບໍ່ຈຳເປັນຕ້ອງໃຊ້ສ່ວນເສີມສະເພາະໃດໜຶ່ງ. ແຕ່ພວກເຮົາຂໍແນະນຳໃຫ້ເປີດໃຊ້ງານ PHP modules ເຫຼົ່ານີ້:
mbstring,json,dom,exif,gd,fileinfo,curl,iconv. ໜ້າ wp-admin > ເຄື່ອງມື > ສຸຂະພາບເວັບໄຊ ມີບົດສະຫຼຸບກ່ຽວກັບການຕິດຕັ້ງຂອງທ່ານ ແລະ ໂມດູນທີ່ຈຳເປັນ. ສ່ວນເສີມຫຼັກທັງໝົດມີລາຍຊື່ຢູ່ ບ່ອນນີ້.
ການຣີວິວ
ຜູ້ຮ່ວມພັດທະນາ ແລະ ຜູ້ພັດທະນາ
“Ultimate Member – ໂປຣໄຟລ໌ຜູ້ໃຊ້, ການລົງທະບຽນ, ການເຂົ້າສູ່ລະບົບ, ທຳນຽບສະມາຊິກ, ການຈຳກັດເນື້ອຫາ ແລະ ປລັກອິນການເປັນສະມາຊິກ” ແມ່ນຊອຟແວໂອເພັນຊອດ (Open Source). ບຸກຄົນຕໍ່ໄປນີ້ໄດ້ມີສ່ວນຮ່ວມໃນການພັດທະນາປລັກອິນນີ້.
ຜູ້ຮ່ວມພັດທະນາ“Ultimate Member – ໂປຣໄຟລ໌ຜູ້ໃຊ້, ການລົງທະບຽນ, ການເຂົ້າສູ່ລະບົບ, ທຳນຽບສະມາຊິກ, ການຈຳກັດເນື້ອຫາ ແລະ ປລັກອິນການເປັນສະມາຊິກ” ໄດ້ຖືກແປເປັນ 28 ພາສາທ້ອງຖິ່ນ. ຂໍຂອບໃຈ ທີມງານຜູ້ແປ ສຳລັບການປະກອບສ່ວນຂອງເຂົາເຈົ້າ.
ສົນໃຈຮ່ວມພັດທະນາບໍ່?
ເບິ່ງລະຫັດ, ກວດເບິ່ງ ຄັງເກັບ SVN, ຫຼື ຕິດຕາມ ບັນທຶກການພັດທະນາ ຜ່ານ RSS.
ບັນທຶກການປ່ຽນແປງ
ສຳຄັນ:
ສຳຄັນ: ກະລຸນາອັບເດດປລັກອິນເປັນເວີຊັນ 2.6.7 ຫຼື ສູງກວ່າໂດຍທັນທີ. ເວີຊັນ 2.6.7 ໄດ້ແກ້ໄຂຊ່ອງໂຫວ່ດ້ານຄວາມປອດໄພກ່ຽວກັບການລະເມີດສິດທິ. ກະລຸນາເບິ່ງ ບົດຄວາມນີ້ ສຳລັບຂໍ້ມູນເພີ່ມເຕີມ
2.13.1 2026-09-15
ການປັບປຸງເພີ່ມປະສິດທິພາບ
- Added: Fallback for
wp-cli/wp-config-transformerlibrary if the wp-config.php file isn’t writable. - Added: Filter hook
um_members_directory_filter_text3rd parameter$is_defaultto check if it’s admin filtering or frontend query. - Added: ‘Administrative capabilities ban’ option enabled by default after the first installation.
- Optimized: Slow SQL query for batch empty account status check.
- Optimized: Redundant SQL calls when editing the Profile page with callback dropdowns. Cached usermeta existence checks per user and key during a single load (Reported by @MissVeronica, author @faisalahammad).
ການແກ້ໄຂບັກ
- Fixed: Security issue related to an unauthenticated visitor can store JavaScript that runs in an administrator’s session, through their own profile name. (Reported by Karthik Ramakrishnan and WPScan team). Fixed
um_convert_tags()function and applied the escapers throughout the placeholder replacement. - Fixed: Using LIKE compare for the text-type filters with custom usermeta table (Reported by @MissVeronica, author @faisalahammad).
- Fixed: “Can user edit this field?” field setting displaying only for the User Profile form fields.
- Fixed: Getting the pages list in the wp-admin UM > Settings > General > Pages section.
- Fixed: Displaying the field-type time on the User Profile page.
- Fixed: Using
illegal_user_loginsfor the current admin user with the username specified in the illegal user logins list.
ຍົກເລີກການນຳໃຊ້
- Deprecated: Filter hook
um_members_directory_filter_text_meta_valueis fully deprecated, replacement isn’t required for the text-type filter field.
2.13.0 2026-08-24
ການປັບປຸງເພີ່ມປະສິດທິພາບ
- Added: Using
illegal_user_loginsfilter to sanitize theuser_loginfield value during registration or upgrade. - Added: Using
wp-cli/wp-config-transformerlibrary to set Ultimate Member > API keys settings constants in wp-config.php instead of storing them in DB. - Added: New user-capabilities functions
UM()->common()->users()->can_view_user(),UM()->common()->users()->get_privacy_setting(),UM()->common()->users()->is_user_profile_private(),UM()->common()->users()->get_restricted_privacy_notice(),UM()->common()->users()->can_view_private_user_profile(),UM()->common()->users()->can_view_user_profile(). The future replacement for theum_can_view_profile()helper with different cases to check. - Updated: Version of the WordPress native excluded functions to avoid the using them in the callbacks.
ການແກ້ໄຂບັກ
- Fixed:
WP_Filesystem()initialization optimization. InitWP_Filesystem()only once when it’s necessary. - Fixed: Redirect on non-main queries (breaks Spectra and block themes). Added conditional check for the main query (based on @faisalahammad suggestions).
- Fixed: Registration form infinite loop – gdpr-register.php calls
the_contentrecursively causing PHP fatal error. Excluded predefined UM pages and pages with [ultimatemember] shortcode from the list, render empty content for such pages if they are already selected to avoid PHP error (based on @faisalahammad suggestions). - Fixed: Causes site-wide
rest_cookie_invalid_nonceon all authenticated REST requests. Refactored admin notice handling to enhance security and flexibility. Removed using localizedum_admin_scripts.nonceglobally on wp-admin. It’s localized only on UM wp-admin pages. (based on @michaeldavisdcpersonal report and @faisalahammad suggestions). - Fixed: Security issue when an unauthenticated visitor can read the content of comments awaiting moderation. (Reported by Alessandro Greco (Aleff) and Giovambattista Ianni, University of Calabria (UNICAL)).
- Fixed: Security issue related to an unauthenticated privilege escalation through the profile form role field. (Reported by Jakub Herman).
- Fixed: Security issue, CVE ID: CVE-2026-18547. Used ‘user_input’ allowed a tag list to sanitize HTML-enabled textarea fields. Deprecated Pickadate.JS and Pickatime.JS libraries for User Forms fields.
- Fixed: Member Directory type-button styles.
- Fixed: Added fallback for the date and time fields to show date and time using the WordPress native format.
ແມ່ແບບທີ່ຕ້ອງໄດ້ຮັບການອັບເດດ
- gdpr-register.php
- profile.php
ຍົກເລີກການນຳໃຊ້
- Deprecated: Pickadate.JS and Pickatime.JS libraries for User Forms fields. Used HTML native
<input type="date" />and<input type="time" />instead.
ໝາຍເຫດ: ໄຟລ໌ (JS/CSS) ທີ່ຖືກເກັບແຄຊ ແລະ ປັບແຕ່ງແລ້ວ ຕ້ອງຖືກລ້າງ ຫຼື ສ້າງໃໝ່ຫຼັງຈາກການອັບເກຣດ
2.12.1 2026-07-06
ການປັບປຸງເພີ່ມປະສິດທິພາບ
- ເພີ່ມ: ຄວາມສາມາດໃນການຈັດການແຫຼ່ງ URL ເວັບໄຊພາຍໃນ (ຮູບພາບ, ສຽງ, ວິດີໂອ ຈາກຄັງສື່, URL ພາຍໃນຈາກພາກສ່ວນທີສາມທີ່ຝັງໃນ iframe) ໃນຄ່າຂອງຟິວ oEmbed-type.
- ເພີ່ມ: ປະເພດຟິວລະຫັດ API ສຳລັບຟິວການຕັ້ງຄ່າ.
ການແກ້ໄຂບັກ
- ແກ້ໄຂ: ບັນຫາຄວາມປອດໄພ, CVE ID: CVE-2026-4248. ຕົວຕອງລາຍຊື່ທີ່ບໍ່ອະນຸຍາດພາຍນອກສຳລັບຟັງຊັນ convert_tag replace placeholders. (ຄົ້ນຄວ້າຄີເພີ່ມເຕີມໂດຍ Hrro. ຂໍ້ມູນນີ້ຖືກເພີ່ມໃຫ້ທີມງານ Wordfence ຫາກພວກເຂົາຕ້ອງການຂໍ້ມູນນີ້).
- ແກ້ໄຂ: ບັນຫາຄວາມປອດໄພ ເມື່ອບົດບາດຜູ້ໃຊ້ລະດັບ
manage_optionsອາດຈະຖືກສະແດງຢູ່ໃນລາຍການເລືອກບົດບາດຜູ້ໃຊ້ ໃນຟອມລົງທະບຽນ/ແກ້ໄຂໂປຣໄຟລ໌ ໂດຍບໍ່ໄດ້ຕັ້ງໃຈ. (ຄົ້ນຄວ້າໂດຍ Haitam Lazaar). - ແກ້ໄຂ: ກຳນົດ
<
ອັດຕາສ່ວນຂະໜາດຂອງ iframe> ໃນລະຫວ່າງການຈັດການການສະແດງຜົນຕາມຂະໜາດໜ້າຈໍ.
* ແກ້ໄຂ: ການເຮັດວຽກຂອງລູກກິ້ງເມົາສ໌ໃນລະຫວ່າງການໂຫຼດລາຍຊື່ສະມາຊິກ ແລະ ການສະແດງໜ້າຕ່າງຊ້ອນທັບ.
* ແກ້ໄຂ: ການແຈ້ງເຕືອນ WP_Styles ເນື່ອງຈາກບໍ່ໄດ້ໂຫຼດຮູບແບບ um_modal.
* ແກ້ໄຂ: ຮູບແບບຟິວ oEmbed-type.
ໝາຍເຫດ: ໄຟລ໌ (JS/CSS) ທີ່ຖືກເກັບແຄຊ ແລະ ປັບແຕ່ງແລ້ວ ຕ້ອງຖືກລ້າງ ຫຼື ສ້າງໃໝ່ຫຼັງຈາກການອັບເກຣດ
2.12.0 2026-06-12
ການແກ້ໄຂບັກ
- ແກ້ໄຂ: ບັນຫາຄວາມປອດໄພ, CVE ID: CVE-2026-7761.
** ຈຳກັດຟັງຊັນget_directory_by_hash()ໃຫ້ກົງກັບໂພສທີ່ມີ post_type=’um_directory’ ແລະ ມີສະຖານະໂພສເປັນ publish ເທົ່ານັ້ນ.
** ນຳໃຊ້0 === strpos()ແທນstrstr()ເພື່ອໃຫ້ໄດ້ post_data ທີ່ຖືກຕ້ອງ.
** ເພີ່ມເງື່ອນໄຂສຳລັບການດຶງເອົາສະເພາະຟິວທີ່ໄດ້ຮັບອະນຸຍາດໃນ tagline_fields ແລະ reveal_fields ເຂົ້າໃນbuild_user_card_data(). - ແກ້ໄຂ: ບັນຫາຄວາມປອດໄພ, CVE ID: CVE-2026-8489.
** ນຳໃຊ້wp_kses()ຂອງ WordPress ເພື່ອລ້າງຂໍ້ມູນສຳລັບການສະແດງຟິວ user_description. ນຳໃຊ້ຟັງຊັນmake_clickable()ຂອງ WordPress ເພື່ອເຮັດໃຫ້ລິ້ງທົ່ວໄປສາມາດກົດໄດ້. - ແກ້ໄຂ: ບັນຫາຄວາມປອດໄພ, CVE ID: CVE-2026-xxxx. ເຮັດໃຫ້ບົດບາດ ແລະ ສະຖານະສາມາດເບິ່ງເຫັນໄດ້ສຳລັບຜູ້ໃຊ້ທີ່ສາມາດແກ້ໄຂຜູ້ໃຊ້ເຫຼົ່ານີ້ໃນຄຳຮ້ອງຂໍ. ລາຍງານໂດຍ Ben Tamam.
- ແກ້ໄຂ: ຟັງຊັນການລຶບຕົວເລືອກ UM ເມື່ອຄ່າຂອງຕົວເລືອກເທົ່າກັບ “0”.
ຍົກເລີກການນຳໃຊ້
- ຍົກເລີກການນຳໃຊ້ຊົ່ວຄາວ: UM REST API. ເປັນຟີເຈີເກົ່າທີ່ຕ້ອງໄດ້ຮັບການປັບປຸງໂຄງສ້າງໃໝ່. ຈະຖືກປັບປຸງ ແລະ ເປີດໃຫ້ໃຊ້ງານຄືນໃໝ່ໃນໄວໆນີ້.












